ປະຫວັດວິທະຍາໄລ


ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ
ໂດຍທ່ານ ປອ. ຈັນສະຫງ່າ ພົນເສນາ ຜູ້ລິເລີ້ມສ້າງຕັ້ງ ແລະ ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 271/ສສກ ນະຄອນຫຼວງວຽງຈັນ, ລົງວັນທີ 30 ມັງກອນ 2023.
ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ ແລະ ສະບັບເລກທີ1555/ສສກ ນະຄອນຫຼວງວຽງຈັນ, ລົງວັນທີ 28 ເມສາ 2023. ຂໍ້ຕົກລົງວ່າດ້ວຍການອະນຸມັດຮັບຮອງ ແລະ ທົດລອງນໍາໃຊ້ຫຼັກສູດ ຊັ້ນກາງ ແລະ ຊັ້ນສູງ. ໃບອະນຸຍາດທັງສອງສະບັບລົງນາມໂດຍທ່ານ ຮສ. ປອ ພຸດສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ.
ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ແລະ ການວາງແຜນຂັ້ນພື້ນຖານຂອງວິທະຍາໄລເຕັກນິກ - ວິຊາຊີບກຽດຕິສັກໃຫ້ເຂັ້ມແຂງ, ການສິດສອນນັກສຶກສາໃນໄລຍະຕົ້ນແມ່ນ ໄດ້ເປີດສອນທັງໝົດ 3 ສາຂາວິຊາ ເພື່ອໃຫ້ນັກສຶກສາໄດ້ຮຽນວິຊາສະເພາະ, ທັກສະຕ່າງໆທີ່ບັນດາສະຖານປະກອບການຕ້ອງການນໍາໃຊ້ແຮງງານ ແລະ ເປັນທີ່ຍອມຮັບຂອງສັງຄົມ. ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແລະ ມີວຽກເຮັດ ງານທໍາຕາມຄວາມສາມາດ ແລະ ຖານະບົດບາດຂອງໃຜລາວ.