ປອ. ຈັນສະຫງ່າ ພົນເສນາ

ປະທານ ແລະ ຜູ້ອໍານວຍການ

ປອ. ຈັນສະຫງ່າ ພົນເສນາ ຈົບການສຶກສາລະດັບປະລິນຍາຕີ

ສາຂາການສອນພາສາອັງກິດເປັນພາສາຕ່າງປະເທດຈາກມະຫາວິທະຍາໄລແຫ່ງຊາດໃນປີ 1999, ປະລິນຍາຕີສາຂາວິຊາວັນນະຄະດີພາສາອັງກິດ,

ປະລິນຍາໂທສາຂາວິຊາການສອນພາສາອັງກິດເປັນພາສາຕ່າງປະເທດ (TEFL) ແລະ ປະລິນຍາເອກໃນການຄຸ້ມຄອງການສຶກສາຈາກມະຫາວິທະຍາໄລ Ifugao State, ປະເທດ ຟີ​ລິບ​ປິນ ໃນ​ປີ 2017, ໜ້າທີ່ຮັບຜິດຊອບເປັນຜູ້ອໍານວຍການ ໂຮງຮຽນ ກຽດຕິສັກນາໆຊາດ ແລະ ວິທະຍາໄລ ເຕັກນິກ-ວິຊາຊີບ ກຽດຕິສັກ, ໂດຍໄດ້ຮ່ວມມືກັບວິທະຍາໄລແຄມບຣິດນາໆຊາດ Cambridge International College (CIC) ແລະ ຮ່ວມມືກັບ ບໍລິສັດ ເບສະຕາ ທີ່ປຶກສາ ສາກົນ ຈໍາກັດ,

ນອກຈາກນັ້ນ, ປອ. ຈັນສະຫງ່າ ພົນເສນາ ຍັງເປັນ ປະທານ

ມູນນິທິກຽດຕິສັກ, CEO ບໍລິສັດ ກຽດຕິສັກ ລົງທືນ ພັດທະນາ ຈຳກັດ ແລະ ບໍລິສັດ ລາວພັດທະນາ ພະລັງງານ ຈຳກັດ ຜູ້ດຽວ.

Ms. Zhang Jifang (ທ່ານນາງຈັນນະພາ)

ຮອງ​ຜູ້​ອໍາ​ນວຍ​ການ ຂະແໜງພັດທະນາຫຼັກສູດ

ການສຶກສາ

  • ໃນປີ 2015: ​ເປັນນັກສຶກສາແລກປ່ຽນ ແລະ ຮຽນຈົບມະຫາວິທະຍາໄລແຫ່ງຊາດທີ່ ສ.ປ.ປ.ລາວ.
  • ໃນ​ປີ 2016: ​ຈົບ​ປະລິນຍາ​ຕີ​ ວິຊາ​ພາສາ​ລາວ​, ມະຫາວິທະຍາ​ໄລ​ຊົນເຜົ່າ ກວາງຊີ, ເປັນນັກສຶກສາແລກປ່ຽນ, ມະຫາວິທະຍາໄລແຫ່ງຊາດທີ່ ສ.ປ.ປ.ລາວ.

ປະສົບການເຮັດວຽກ

  • ໃນປີ 2015: ຝຶກງານຢູ່ສະຖາບັນຂົງຈື້ ມະຫາວິທະຍາ​ໄລ​ແຫ່ງ​ຊາດຂອງສ.ປ.ປ.ລາວ.
  • ໃນ​ປີ 2016: ​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດ​​ລັດ​ຂອງ​ຈີນເຊັ່ນ: CHINA SOUTHERN POWER GRID CORPORATION, ກຸ່ມບໍ​ລິ​ສັດ CHINA GEZHOUBA, JIANGXI INTERNATIONAL ECONOMIC ແລະ TECHNICAL COOPERATION CO., LTD.
  •  ໃນ​ປີ 2025: ຮັບຜິດຊອບການສອນພາສາຈີນຢູ່ ວິທະຍາໄລ ເຕັກນິກ-ວິຊາຊີບກຽດຕິສັກ, ຕິດຕໍ່ພົວພັນກັບໂຮງ​ຮຽນ​ອາ​ຊີວະຂອງ ສ.ປ.ຈີນ ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກ​ສາ​ລາວ​ໄປສຶກ​ສາ​ຕໍ່ ຊັ້ນ​ສູງ, ມະຫາວິທະຍາໄລ, ຊ່ວຍ​ເຫຼືອນັກສຶກສາ​ລາວ ​ໃນ​ການ​ສະໝັກ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ, ສ້າງ​ການ​ເຊື່ອມ​ໂຍງ​ກັບ​ວິ​ສາ​ຫະກິດ​ທີ່​ໃຫ້​​ທຶນການສຶກສາ​ແກ່ນັກຮຽນລາວ ແລະ ຊ່ວຍໃຫ້​ຜູ້ ຮຽນ​ຈົບ​ມີວຽກເຮັດງານທຳຕາມວິຊາສະເພາະທີ່ໄດ້ຮຽນມາ.

ໜ້າທີ່ຮັບຜີດຊອບ:

  1. ພັດທະນາຫຼັກສູດອາຊີວະສຶກສາ ແລະ ປະຕິບັດກົນໄກການຄວບຄຸມຄຸນນະພາບ.
  2. ຈັດຄູສອນພາສາຈີນທີ່ມີຄຸນນະພາບ.
  3. ກວດກາການດຳເນີນງານຂອງຫ້ອງຮຽນປະຈຳວັນ, ຄຸ້ມຄອງນັກຮຽນ, ແລະ ການບໍລິການເພີ່ມເຕີມສອນ HSK.
  4. ສະໜອງລະບົບການຄຸ້ມຄອງຫຼັກສູດ: ຕາຕະລາງ, ການເຂົ້າຮຽນ, ການສອບເສັງ, ກວດກາຄະແນນສອບເສັງປະຈຳເດຶອນ-ພາກຮຽນ ແລະ ປະຈຳປິ.

Ms. Florence Li

ຮອງ​ຜູ້​ອໍາ​ນວຍ​ການ ຂະແໜງພົວພັນຕ່າງປະເທດ

ການສຶກສາ

  • ເດືອນກັນຍາ 2008 - ຕຸລາ 2010: ຈົບປະລິນຍາໂທ ສາຂາການຄຸ້ມຄອງລະບົບການສະໜອງແບບຕ່ອງໂສ້, ມະຫາວິທະຍາໄລ WARWICK, ປະເທດອັງກິດ.
  • ເດືອນກັນຍາ 2004 - ກໍລະກົດ 2008: ຈົບປະລິນຍາຕີສາຂາວິສະວະກຳໄຟຟ້າ ແລະ ລະບົບອັດຕະໂນມັດ, ມະຫາວິທະຍາໄລ SICHUAN ສ.ປ.ຈີນ.

ປະສົບການເຮັດວຽກ

  • ຮ່ວມກໍ່ຕັ້ງ, FRIST BRIDGE INTERNATIONAL CONSULTING CO., LTD.
  • ຜູ້ອໍານວຍການຝ່າຍການຕະຫຼາດ, ການບໍລິການຂໍ້ມູນຂ່າວສານເສດຖະກິດຈີນ, ສາຂານິວເດລີ, ປະເທດອິນເດຍ.
  • ຜູ້ຈັດການຝ່າຍການຕະຫຼາດ, ກຸ່ມ DELSK.
  • ຜູ້ຝຶກງານຝ່າຍບໍລິຫານ / ຜູ້ຈັດການພາກພື້ນ, ກຸ່ມ INDITEX.

ໜ້າທີ່ຮັບຜີດຊອບ:

  1. ໃຫ້ຄໍາປຶກສາ, ຕິດຕໍ່ ແລະ ຕິດຕາມເພື່ອການບໍລິການໃຫ້ນັກສຶກສາທີ່ມີຈຸດປະສົງໄປຮຽນຕໍ່ ທີ່ ສ.ປ.ຈີນ.
  2. ຈັດຕຽມເອກະສານໂຄງການໄປສຶກສາຕໍ່ຕ່າງປະເທດ, ໃຫ້ຄຳອະທິບາຍ, ນະໂຍບາຍຂອງຄະນະກຳມະການ, ແລະ ການຝຶກອົບຮົມ, ໃຫ້ຄຳປຶກສາແກ່ນັກສຶກສາ.
  3. ຍົກສູງຄຸນນະພາບການສຶກສາດ້ານອາຊີວະສຶກສາໃນລາວ, ສົ່ງເສີມວຽກເຮັດງານທຳ, ຂັບເຄື່ອນການພັດທະນາເສດຖະກິດ - ສັງຄົມ.
  4. ​ຕອບສະໜອງຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ວິຊາ​ການ​ຂອງຕະຫຼາດແຮງງານ​ຂອງ​ວິ​ສາ​ຫະກິດ​ຈີນ​ຢູ່​ລາວ.
  5. ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກສຶກສາລາວໃນການໄດ້ຮັບທຶນເພື່ອໄປສຶກສາຕໍ່ທີ່ ສ.ປ.ຈີນ.

ທ່ານນາງວຽງດາລາ ວາລະກອນ

ຮອງ​ຜູ້​ອໍາ​ນວຍ​ການງົບປະມານ ແລະ ການເງິນ

  • ປີ 1999-2000: ຈົບປະລິນຍາຕີ ສາຍພາສາຕ່າງປະເທດ ທີ່ ມະຫາວິທະຍາໄລແຫ່ງຊາດ ແລະ ສຶກສາລະດັບປະລີນຍາໂທ ສາຂາບໍລິຫານທຸລະກິດ ແລະ ບໍລິຫານຈັດການ ທີ່ມະຫາວິທະຍາໄລຮັຕນະບໍລິຫານທຸລະກິດ ແລະ ມະຫາວິທະຍາໄລສັນຕະພົນ ປະເທດໄທ.
  • ປີ 2000-2001: ຈົບວິຊາສະເພາະຫຼາຍດ້ານເຊັ່ນ: ການຝຶກອົບຮົມຫຼັກສູດພື້ນຖານ, ສຳນັກຂ່າວໜັງສືພີມພາສາຕ່າງປະເທດ, ການບັນຊີ ຊັ້ນຕົ້ນ ທີ່ມະຫາວິທະຍາໄລຮັຕນະ ບໍລິຫານທຸລະກິດ, ຫຼັກສູດຄອມພີວເຕີ ທີ່ ໂຮງຮຽນໄມໂຄອີນໂຟ ແລະ ການບັນຊີສາກົນ ທີ່ໂຮງຮຽນ ຢູນີຕີ ບໍລິຫານການສຶກສາ ສ.ປ.ປ.ລາວ.