ວິໄສທັດ

ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ດ້ານ​​ວິຊາຊີບດ້ວຍຄວາມກະຕືລືລົ້ນ ເພື່ອສ້າງ​ເສດຖະກິດແບບ​ຍືນຍົງ​ຂອງ​​ທ້ອງ​ຖິ່ນ, ​ລະດັບຊາດ ແລະ ພາກ​ພື້ນ ​ໂດຍ​ການ​ສະໜອງ​ບັນດາ​ໂຄງການ​ສຶກສາ​ມີ​ຄຸນ​ນະພາ​ບສູງທີ່ຮັບ​ຮູ້​ຈາກ​ສາກົນ, ດ້ວຍນະວັດຕະກໍາທີ່ເໝາະສົມເພື່ອ ຍົກລະດັບຄວາມຮູ້,​ ​ທັກສະ, ຄວາມສາມາດ, ເພື່ອ​ສ້າງວຽກເຮັດງານທຳ​ ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ.

ພາລະກິດ

ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ ໄດ້ພະຍາຍາມສ້າງສະພາບແວດລ້ອມການສຶກສາທີ່ນັກຮຽນສາມາດຮັບຮູ້ທ່າແຮງອັນເຕັມທີ ແລະ ສາຂາວິຊາ ຮຽນທີ່ເຂົາເຈົ້າເລືອກໃຫ້ບັນລຸເປົ້າໝາຍຢ່າງມີຄຸນນະພາບເພື່ອປະເຊີນກັບສິ່ງທ້າທາຍໃນອະນາຄົດ, ເສີມຂະຫຍາຍຂະບວນການປະຊາສໍາພັນ ແລະ ຄວາມເປັນເລີດໃນການສຶກສາຊັ້ນສູງ ເພື່ອຮັບ​ໃຊ້​ປະ​ເທດ​ຊາດ​ທັງ​ດ້ານ​ວິ​ຊາ​ການ, ວິ​ຊາ​ຊີບ, ແລະ ​ວັດ​ທະ​ນະ​ທໍາ​ທີ່​ມີ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ດີ.

ມຸ່ງໝັ້ນ

ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ ມຸ້ງໝັ້ນໃນການສົ່ງຄ່ຽນວິຊາຊີບ ແລະ ການພັດທະນາສ່ວນບຸກຄົນຂອງສະມາຊິກໃນຊຸມຊົນ ເພື່ອປະຕິບັດໄດ້ຕາມມາດຕະຖານດ້ານຈັນຍາບັນສູງສຸດໃນພຶດຕິກໍາໃຫ້ເປັນມືອາຊີບ, ມີຄວາມໂປ່ງໃສ, ມີຫົວຄິດປະດິດສ້າງ, ມີທັດສະນະຂອງການເປັນຜູ້ນໍາ, ສືບຕໍ່ສ້າງແບບແຜນການສຶກສາຢ່າງຕໍ່ເນື່ອງເພື່ອຍົກລະດັບວິຊາສະເພາະຂອງພະນັກງານໃຫ້ສູງຂຶ້ນເລື້ອຍໆ.

ເປົ້າ​ໝາຍ

ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ ໄດ້ຖ່າຍທອດຄວາມຮູ້ ແລະ ຝຶກອົບຮົມດ້ານວິຊາຊີບ 3 ຂະແໜງການໃນລະດັບຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ ເຊັ່ນ:

1. ຄຸ້ມຄອງການຂົນສົ່ງ ແລະ ລະບົບການສະໜອງແບບຕ່ອງໂສ້.

2. ການຄຸ້ມຄອງທຸລະກິດຂາຍຍ່ອຍທີ່ທັນສະໄໝ.

3. ເທັກ​ໂນ​ໂລ​ຊີ​ທຸ​ລະ​ກິດ​ດິຈິ​ຕອລ.

ຄຸນຄ່າຫຼັກ

L E A D E R  =  ຄວາມ ເປັນ ຜູ້ ນຳ

Loyalty: ຄວາມຈົ່ງຮັກພັກດີ

Empathy: ຄວາມເຫັນອົກເຫັນໃຈ    

Adaptability: ຄວາມສາມາດໃນການປັບຕົວ     

Diversity: ຄວາມຫຼາກຫຼາຍ                 

Excellence: ຄວາມດີເລີດ

Responsibility: ຄວາມຮັບຜິດຊອບ