ເຄື່ອງໝາຍ ກາສັນຍາລັກຂອງວິທະຍາໄລ ແລະ ຄວາມໝາຍ
ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ

ກາສັນຍາລັກຂອງວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກປະກອບດ້ວຍ 3 ຂອບວົງມົນ:
KIETTISACK TECHNICAL-VOCATIONAL COLLEGE. ໝາຍຄວາມວ່າ:
ການສົ່ງເສີມຄວາມຮູ້ ສະຕິປັນຍາເພື່ອພັດທະນາທັກສະວິຊາຊີບເຊິ່ງເປັນການເຄື່ອນໄຫວສ້າງຄຸນຄ່າໃຫ້ແກ່ສັງຄົມ ແລະ ປະເທດຊາດຢ່າງບໍ່ຢຸດຢັ້ງ.
1) ທຸງຊາດລາວ: ແມ່ນເອກະລັກຂອງຄວາມເປັນຊາດລາວທີ່ມີເອກະລາດ ປະຊາທີປະໄຕ ເປັນເຈົ້າຕົນເອງ.
2) ສອງຝາມື: ການອຸ້ມຊູ ຢຶດຖື ຄຸນນະທໍາ ແລະ ວັດທະນະທຳຂອງລາວ.
1) ແຜນທີ່ປະເທດລາວ: ເປັນສະຖາບັນການສຶກສາທີ່ກ້າວໄປສູ່ມາດຕະຖານສາກົນ.
2) ພະທາດຫຼວງ: ຊັບສີນທາງປັນຍາຄວາມເປັນສີລິມຸງຄູນ ຄວາມເປັນຊາດລາວ ແລະ ກຽດສັກສີ.
3) ປື້ມຕຳລາຮຽນ: ວິຊາຕ່າງໆທີ່ໄດ້ຮຽນຮູ້.
4) ແສງໄຟ: ແສງສະຫວ່າງທີ່ສົດໃສ ແລະ ສະຕິປັນຍາ ເພື່ອການພັດທະນາວິຊາຊີບຢ່າງຕໍ່ເນື່ອງ.
5) ອຸປະກອນ: ອຸປະກອນຮັບໃຊ້ການຮຽນ-ການສອນ.

ປ້າຍຊື່ຂອງວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ
ປະກອບດ້ວຍຕົວອັກສອນລາວຢູ່ເທິງສຸດ ແລະ ຕົວອັກສອນພາສາອັງກິດຢູ່ຂ້າງລຸ່ມ.
ໂດຍໃຊ້ສີຟ້າເພື່ອຂຽນຕົວອັກສອນທັງໝົດ.
ຊື່ຫຍໍ້ຂອງວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ
ຊື່ຫຍໍ້ຂອງວິທະຍາໄລຂຽນເປັນຕົວອັກສອນຫຍໍ້ວ່າ “ວຕວກ” ແລະ ຂຽນເປັນພາສາອັງກິດ “KTVC”.
ສີຂອງວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ
ປະກອບດ້ວຍສີຟ້າ ແລະ ສີຂາວ ມີຄວາມໝາຍດັ່ງຕ່ໍໄປນີ້:
ສີຟ້າ ໝາຍຄວາມວ່າ ຄວາມເຂັ້ມແຂງ, ຄວາມຕັ້ງໃຈ ແລະ ຄວາມໝັ້ນຄົງ.
ສີຂາວ ໝາຍຄວາມວ່າ ຄວາມຮູ້, ຄວາມດີ, ສະຕິປັນຍາ ແລະ ສິນລະທາໍ.
ຄວາມໝາຍລວມ
“ຄວາມຮູ້ຄຽງຄູ່ກັບຄຸນງາມຄວາມດີ, ມີສິນລະທາໍນາໍໄປສູ່ຄວາມຈະເລີນກ້າວໜ້າ.”
ດອກໄມ້ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ
ດອກຈາໍປາ ເປັນສັນຍາລັກ ຫຼື ເປັນດອກໄມ້ປະຈາໍຊາດ. ສີເຫຼືອງ ແລະ ສີຂາວ
ສະແດງເຖິງຄຸນງາມຄວາມດີ, ຄວາມສະຫງ່າງາມ, ກຽດສັກສີ ແລະ ຄວາມຈະເລີນຮຸ່ງເຮືອງ.